ໂທລະສັບ
Free Support : +6623221678

Industrial Burner ເຄື່ອງ ພົ່ນໄຟ

MAXON ແມ່ນໜຶ່ງໃນຜູ້ຜະລິດຫົວພົ່ນໄຟຊັ້ນນຳຂອງໂລກ ຈາກອາເມລິກາເຊິ່ງແມ່ນຜູ້ນຳຕະຫຼາດມາແຕ່ປີ 1915 ເຕັກໂນໂລຊີການຜະລິດທີ່ເປັນແບບສະບັບຂອງ MAXON ເຮັດໃຫ້ຫົວພົ່ນໄຟທຸກລຸ້ນມີປະສິດທິພາບດີຍ່ຽມໃນການກຳເນີດຄວາມຮ້ອນ ໃຊ້ງານທົນທານ ປະຢັດພະລັງງານ ແລະເປັນມິດກັບສິ່ງແວດລ້ອມ ຫົວພົ່ນໄຟຂອງ MAXON ມີຫຼາຍລຸ້ນ ເພື່ອສະໜອງຄວາມຕ້ອງການກຳເນີດຄວາມຮ້ອນຂອງອຸດສາຫະກຳຫຼາຍປະເພດ ທັ້ງຫົວພົ່ນແກ໊ດ, ຫົວພົ່ນນ້ຳມັນ, ຫົວພົ່ນໄຟແບບ Low Nox ນອກຈາກນີ້ MAXON ຍັງແມ່ນຜູ້ຜະລິດລະບົບການເຜົາໄໝ້ຢ່າງຄົບວົງຈອນ ເຊິ່ງປະກອບມີອຸປະກອນຄຸນນະພາບສູງຢ່າງ Shut Off Valve, Flow/Ratio Control Valve, Blower, ຕູ້ຄອນໂທລ ລວມເຖິງຊຸດທໍ່ ແລະ ອຸປະກອນລຳລຽງເຊື້ອໄຟ